ຊີວະປະຫວັດຫຍໍ້ຂອງສະຫາຍ ສີຈິ້ນຜິງ
-ເພດຊາຍ
-ເຜົ່າຮັ້ນ
-ວັນເດືອນປີເກີດ: ເດືອນມິຖຸນາ 1953
-ບ້ານເກີດ: ເມືອງຟູ້ຜິງແຂວງສ້ານຊີ່
- ເດືອນມັງກອນປີ 1974 ເປັນສະມາຊິກພັກກອມມູນິດຈີນ-ລະດັບທິດສະດີ: ປະລິນຍາໂທວິຊາທິດສະດີລັດທິມາກແລະການສຶກສາແນວຄິດການເມືອງວິທະຍາໄລວັດທະນະທຳສັງຄົມມະຫາວິທະຍາໄລຊິ່ງຮວາ
-ລະດັບການສຶກສາ:ປະລິນຍາເອກສາຂານິຕິສາດ.
- ຕຳແໜ່ງໃນປັດຈຸບັນ: ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານຄະນະກຳມະການການທະຫານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ, ປະທານຄະນະກຳມະການການທະຫານສູນກາງສາທາລະນະລັດປະຊາຊົນຈີນ
ການເຄື່ອນໄຫວແຕ່ລະໄລຍະ:
ປີ1969-ປີ1975: ຊາວໜຸ່ມລົງຊົນນະບົດ, ເລຂາຄະນະພັກກອງຜະລິດລຽງເຈ່ຍເຫີສະຫະກອນເວີນອ່ານຢີ້ເມືອງຢຽນຊວນ ແຂວງສ້ານຊີ່
ປີ1975-ປີ1979: ຮຽນວິຊາສານປະສົມອິນຊີພື້ນຖານຄະນະອຸດສາຫະກຳເຄມີມະຫາວິທະຍາໄລຊິງຮວາ
ປີ 1979-ປີ1982: ເລຂາທິການຫ້ອງວ່າການຄະນະລັດຖະບານ,ຫ້ອງວ່າການຄະນະກຳມະການການທະຫານສູນກາງ.
ປີ 1982-ປີ1983: ຮອງເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍ
ປີ 1983-ປີ1985: ເລຂາຄະນະພັກ ເມືອງເຈີ້ງຕິ້ງແຂວງເຫີເປີຍ, ກຳມະການການເມືອງທີໜຶ່ງທັງເປັນເລຂາທິການທີໜຶ່ງຂອງກອງປະກອບອາວຸດເມືອງເຈີ້ງຕິ້ງແຂວງເຫີເປີຍ.
ປີ1985-ປີ1988: ກຳມະການປະຈຳຄະນະພັກ, ຮອງເຈົ້າເມືອງເມືອງເຊ້ຍເມີນແຂວງຟູຈ້ຽນ.
ປີ1988-ປີ1990: ເລຂາຄະນະພັກເຂດນິງເຕີ, ເລຂາທີໜຶ່ງຄະນະພັກເຂດທະຫານນິງເຕີແຂວງຟູຈ້ຽນ.
ປີ1990-ປີ1993:ເລຂາຄະນະພັກເມືອງຟູໂຈ່ວ, ປະທານສະພາປະຊາຊົນເມືອງຟູໂຈ່ວ, ເລຂາທີໜຶ່ງຄະນະພັກເຂດທະຫານເມືອງຟູໂຈ່ວແຂວງຟູຈ້ຽນ.
ປີ 1993-ປີ1995: ກຳມະການປະຈຳຄະນະພັກແຂວງຟູຈ້ຽນ, ເລຂາຄະນະພັກເມືອງຟູໂຈ່ວ,ປະທານສະພາປະຊາຊົນເມືອງຟູໂຈ່ວ, ເລຂາທີໜຶ່ງຄະນະພັກເຂດທະຫານເມືອງຟູໂຈ່ວ.
ປີ 1995-ປີ1996: ຮອງເລຂາຄະນະພັກແຂວງຟູຈ້ຽນ, ເລຂາຄະນະພັກເມືອງຟູໂຈ່ວ,ປະທານສະພາປະຊາຊົນເມືອງຟູໂຈ່ວ, ເລຂາທີໜຶ່ງຄະນະພັກເຂດທະຫານເມືອງຟູໂຈ່ວ.
ປີ 1996-ປີ1999: ຮອງເລຂາຄະນະພັກແຂວງຟູຈ້ຽນ, ກຳມະການການເມືອງທີໜຶ່ງກອງພົນປືນໃຫຍ່ກະກຽມແຂວງຟູຈ້ຽນ.
ປີ 1999-ປີ2000: ຮອງເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງຟູຈ້ຽນ,ຮອງປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງ, ປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງຟູຈ້ຽນ, ກຳມະການການເມືອງທີໜຶ່ງກອງພົນປືນໃຫຍ່ກະກຽມແຂວງຟູຈ້ຽນ.
ປີ2000-ປີ2002: ຮອງເລຂາຄະນະພັກ,ເຈົ້າແຂວງແຂວງຟູຈ້ຽນ, ຮອງປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງ, ປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງຟູຈ້ຽນ, ກຳມະການການເມືອງທີໜຶ່ງກອງພົນປືນໃຫຍ່ກະກຽມແຂວງຟູຈ້ຽນ.
(ປີ1998-ປີ2002: ຄົ້ນຄວ້າຮ່ຳຮຽນຊັ້ນປະລິຍາໂທວິຊາທິດສະດີລັດທິມາກແລະການສຶກສາແນວຄິດການເມືອງວິທະຍາໄລວັດທະນະທຳສັງຄົມມະຫາວິທະຍາໄລຊິ່ງຮວາ,ໄດ້ຮັບປະລິນຍາເອກສາຂານິຕິສາດ)
ປີ2002-ປີ2002: ຮອງເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງເຈີ້ຈ່ຽງ,ຮອງປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງ, ປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງເຈີ້ຈ່ຽງ.
ປີ2002-ປີ2003: ເລຂາຄະນະພັກ,ວ່າການແທນເຈົ້າແຂວງແຂວງເຈີ້ຈ່ຽງ, ເລຂາທີໜຶ່ງຄະນະພັກເຂດທະຫານແຂວງເຈີ້ຈ່ຽງ, ຮອງປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດເຂດທະຫານນານກິ່ງ, ປະທານຄະນະກຳມະການຂົນຂວາຍປ້ອງກັນປະເທດແຂວງເຈີ້ຈ່ຽງ.
ປີ 2003-ປີ2007: ເລຂາຄະນະພັກ,ປະທານສະພາປະຊາຊົນແຂວງເຈີ້ຈ່ຽງ, ເລຂາທີໜຶ່ງຄະນະພັກເຂດທະຫານແຂວງເຈີ້ຈ່ຽງ.
ປີ2007: ເລຂາຄະນະພັກນະຄອນຊຽງໄຮ, ເລຂາທີໜຶ່ງຄະນະພັກເຂດທະຫານປ້ອງກັນນະຄອນຊຽງໄຮ.
ປີ2007-ປີ2008: ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,ອະທິການບໍດີໂຮງຮຽນພັກຂັ້ນສູນກາງ.
ປີ 2008-ປີ2010: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຮອງປະທານປະເທດສາທາລະນະລັດປະຊາຊົນຈີນ, ອະທິການບໍດີໂຮງຮຽນພັກຂັ້ນສູນກາງ.
ປີ 2010-ປີ2012: ກຳມະການປະຈຳກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຮອງປະທານປະເທດສາທາລະນະລັດປະຊາຊົນຈີນ, ຮອງປະທານຄະນະກຳມການການທະຫານສູນກາງພັກ, ຮອງປະທານຄະນະກຳມະການການທະຫານສູນກາງປະເທດສາທາລະນະລັດປະຊາຊົນຈີນ, ອະທິການບໍດີໂຮງຮຽນພັກຂັ້ນສູນກາງ.
ປີ 2012-ປີ2013: ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ,ປະທານຄະນະກຳມະການການທະຫານສູນກາງພັກ,ຮອງປະທານປະເທດສາທາລະນະລັດປະຊາຊົນຈີນ, ຮອງປະທານຄະນະກຳມະການການທະຫານສູນກາງປະເທດສາທາລະນະລັດປະຊາຊົນຈີນ.
ປີ2013-: ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ,ປະທານຄະນະກຳມະການການທະຫານສູນກາງພັກ,ປະທານປະເທດສາທາລະນະລັດປະຊາຊົນຈີນ, ປະທານຄະນະກຳມະການການທະຫານປະເທດສາທາລະນະລັດປະຊາຊົນຈີນ.
ກຳມະການສຳຮອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 15, ກຳມະການຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 16,17,18, 19. ກຳມະການ, ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກຊຸດທີ 17, ກຳມະການ,ກຳມະການປະຈຳກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຊຸດທີ 18, 19. ໄດ້ຮັບເລືອກຕັ້ງເປັນຮອງປະທານປະເທດສາທາລະນະລັດປະຊາຊົນຈີນໃນກອງປະຊຸມເທື່ອທຳອິດຂອງສະພາປະຊາຊົນແຫ່ງຊາດຊຸດທີ 11. ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການການທະຫານສູນກາງພັກໃນກອງປະຊຸມຄົບຄະນະເທື່ອທີ 5 ຂອງຄະນະກຳມະການສູນກາງພັກຊຸດທີ 17. ໄດ້ຮັບການແຕ່ງຕັ້ງເປັນຮອງປະທານຄະນະກຳມະການການທະຫານສູນກາງປະເທດສາທາລະນະລັດປະຊາຊົນຈີນຈາກກອງປະຊຸມເທື່ອທີ 17 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 11.ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການການທະຫານສູນກາງພັກໃນກອງປະຊຸມຄົບຄະນະເທື່ອທຳອິດຂອງຄະນະກຳມະການສູນກາງພັກຊຸດທີ 18. ໄດ້ຮັບເລືອກຕັ້ງເປັນປະທານປະເທດສາທາລະນະລັດປະຊາຊົນຈີນແລະປະທານຄະນະກຳມະການການທະຫານສູນກາງປະເທດສາທາລະນະລັດປະຊາຊົນຈີນໃນກອງປະຊຸມເທື່ອທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 12. ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການການທະຫານສູນກາງພັກໃນກອງປະຊຸມຄົບຄະນະເທື່ອທຳອິດຂອງຄະນະກຳມະການສູນກາງພັກຊຸດທີ 19.