ຊີວະປະຫວັດຫຍໍ້ຂອງສະຫາຍຫຼີເຄີ້ສຽງ
ສະຫາຍ ຫຼີເຄີ້ສຽງ
-ເພດຊາຍ
-ເຜົ່າຮັ້ນ
-ວັນເດືອນປີເກີດ:ເດືອນກໍລະກົດ 1955
-ບ້ານເກີດ: ເມືອງຕີ້ງຢວນແຂວງອ່ານຫຸ່ຍ
-ເລີ່ມເຮັດວຽກໃນເດືອນມີນາ ປີ 1974, ເປັນສະມາຊິກພັກກອມມູນິດຈີນໃນເດືອນພຶດສະພາປີ 1976.
-ລະດັບການສຶກສາ: ຮຽນຈົບຈາກຄະນະກົດໝາຍ ແລະ ວິຊາເສດຖະສາດສະຖາບັນເສດຖະກິດຂອງມະຫາວິທະຍາໄລປັກກິ່ງ, ຍົກລະດັບວິຊາການຂັ້ນເໜືອປະລິນຍາຕີ(On-the-job postgraduate), ປະລິນຍາຕີສາຂານິຕິສາດ, ປະລິນຍາເອກສາຂາເສດຖະສາດ.
-ຕຳແໜ່ງໃນປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີ, ເລຂາຈຸພັກການນຳລັດຖະບານຈີນ.
-ການເຄື່ອນໄຫວແຕ່ລະໄລຍະ:
1974 - 1976: ເປັນຊາວໜຸ່ມລົງຊົນນະບົດຢູ່ກອງຜະລິດຕົ່ງຫຼິງສະຫະກອນຕ້າມ້ຽວເມືອງເຟີ້ງຢາງແຂວງອ່ານຫຸ່ຍ
1976 – 1978 ເລຂາໜ່ວຍພັກກອງຜະລິດຕົ່ງຫຼິງສະຫະກອນຕ້າມ້ຽວເມືອງເຟີ້ງຢາງແຂວງອ່ານຫຸ່ຍ
1978 – 1982 ຮຽນຢູ່ຄະນະກົດໝາຍມະຫາວິທະຍາໄລປັກກິ່ງ, ຜູ້ຮັບຜິດຊອບສະມາຄົມນັກສຶກສາໂຮງຮຽນ
1982 – 1983 ເລຂາຄະນະຊາວໜຸ່ມກອມມູນິດມະຫາວິທະຍາໄລປັກກິ່ງ, ຄະນະປະຈໍາສູນກາງຊາວໜຸ່ມກອມມູນິດ
1983 – 1983 ຫົວໜ້າພະແນກໂຮງຮຽນສູນກາງຊາວໜຸ່ມ ທັງເປັນ ເລຂາທິການສະຫະພັນນັກສຶກສາທົ່ວປະເທດຈີນ
1983 – 1985 ເລຂາສຳຮອງສູນກາງຊາວໜຸ່ມກອມມູນິດຈີນ
1985 – 1993 ເລຂາທິການສູນກາງຊາວໜຸ່ມກອມມູນິດຈີນ ທັງເປັນຮອງປະທານສະຫະພັນຊາວໜຸ່ມທົ່ວປະເທດຈີນ (ໃນໄລຍະ 1991.09-1991.11 ຮຽນທິດສະດີໃນຊຸດອົບຮົມພະນັກງານຂັ້ນແຂວງ-ກະຊວງຂອງໂຮງຮຽນພັກຂັ້ນສູນກາງ)
1993 – 1998 ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດຈີນທັງເປັນຫົວໜ້າສະຖາບັນການເມືອງຊາວໜຸ່ມແຫ່ງຊາດຈີນ (China Youth University of Political Studies)
(1988 – 1994 ຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກວິຊາເສດຖະສາດຢູ່ສະຖາບັນເສດຖະກິດຂອງມະຫາວິທະຍາໄລປັກກິ່ງ, ໄດ້ຮັບໃບປະກາສະນີຍະບັດປະລິນຍາໂທ ແລະ ປະລິນຍາເອກສາຂາເສດຖະສາດ)
1998 – 1999 ຮອງເລຂາຄະນະພັກ, ຮັກສາການແທນເຈົ້າແຂວງແຂວງເຮີນານ
1999 – 2002 ຮອງເລຂາຄະນະພັກ, ເຈົ້າແຂວງແຂວງເຮີນານ
2002 – 2003 ເລຂາຄະນະພັກ, ເຈົ້າແຂວງແຂວງເຮີນານ
2003 – 2004 ເລຂາຄະນະພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງເຮີນານ
2004 – 2005 ເລຂາຄະນະພັກແຂວງລຽວນິງ
2005 – 2007 ເລຂາຄະນະພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງລຽວນິງ
2007 – 2008 ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ
2008 – 2013 ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີ, ຮອງເລຂາຈຸພັກການນຳລັດຖະບານ
2013 - ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ, ເລຂາຈຸພັກການນຳລັດຖະບານ
ກຳມະການສູນກາງຊຸດທີ 15, 16, 17, 18, 19, ກຳມະການ, ກຳມະການປະຈຳກົມການເມືອງສູນກາງພັກຊຸດທີ 17, 18, 19. ກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຊຸດທີ 8.