ຊີວະປະຫວັດຫຍໍ້ຂອງສະຫາຍວ່າງຢາງ
ທ່ານ ວ່າງຢາງ
-ເພດຊາຍ
-ເຜົ່າຮັ້ນ
-ວັນເດືອນປີເກີດ: ເດືອນມີນາປີ 1955
-ບ້ານເກີດ: ເມືອງຊູ້ໂຈ່ວແຂວງອ່ານຮຸ່ຍ
-ເດືອນມັງກອນປີ 1975 ເປັນສະມາຊິກພັກກອມມູນິດຈີນ
-ລະດັບການສຶກສາ: ຈົບປະລິຍາຕີຂອງໂຮງຮຽນພັກຂັ້ນສູນກາງ, ຈົບປະລິຍາໂທວິສະວະກຳສາດ
-ຕຳແໜ່ງໃນປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາຊົນຈີນ, ສະມາຊິກໜ່ວຍພັກການນຳຄະນະລັດຖະບານສາທາລະນະລັດປະຊາຊົນຈີນ.
ການເຄື່ອນໄຫວແຕ່ລະໄລຍະ:
ປີ1972-1976 ເຮັດວຽກຢູ່ໂຮງງານອາຫານເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ.
ປີ1976-1979 ອາຈານສອນຢູ່ໂຮງຮຽນພະນັກງານ “7 ພຶດສະພາ” ເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ, ຮອງຫົວໜ້າຫ້ອງການຄົ້ນຄວ້າການສຶກສາ, ກຳມະການໜ່ວຍພັກຂອງໂຮງຮຽນ
ປີ1979-1980 ຮຽນເສດຖະສາດການເມືອງຢູ່ຫ້ອງຮຽນພະນັກງານໂຄສະນາທິດສະດີໂຮງຮຽນພັກຂັ້ນສູນກາງ
ປີ1980-1981 ອາຈານສອນຢູ່ໂຮງຮຽນພັກຂັ້ນທ້ອງຖິ່ນເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ
ປີ1981-1982 ຮອງເລຂາຄະນະຊາວໜຸ່ມເມືອງຊູ້ຊ້ຽນແຂວງອ່ານຮຸ່ຍ
ປີ1982-1983 ຫົວໜ້າພະແນກໂຄສະນາຄະນະຊາວໜຸ່ມແຂວງອ່ານຮຸ່ຍ
ປີ1983-1984 ຮອງເລຂາຄະນະຊາວໜຸ່ມແຂວງອ່ານຮຸ່ຍ
ປີ1984-1987 ຮອງປະທານຄະນະກຳມະການກິລາແຂວງອ່ານຮຸ່ຍ, ຮອງເລຂາໜ່ວຍພັກແຂວງອ່ານຮຸ່ຍ
ປີ1987-1988 ປະທານຄະນະກຳມະການກິລາແຂວງອ່ານຮຸ່ຍ, ຮອງເລຂາໜ່ວຍພັກແຂວງອ່ານຮຸ່ຍ
ປີ1988-1992 ຮອງເລຂາຄະນະພັກ, ຮັກສາການແທນ, ເຈົ້າເມືອງທອງລິງແຂວງອ່ານຮຸ່ຍ(ທັງຮຽນວິຊາບໍລິຫານວຽກງານພັກແລະລັດຖະບານລະດັບປະລິຍາຕີຂອງໂຮງຮຽນພັກຂັ້ນສູນກາງນອກໂມງການແຕ່ປີ 1989-1992)
ປີ1992-1993 ປະທານຄະນະກຳມະການແຜນການ, ເລຂາຄະນະພັກແຂວງອ່ານຮຸ່ຍ, ຜູ້ຊ່ວຍເຈົ້າແຂວງ
ປີ1993-1993 ຮອງເຈົ້າແຂວງອ່ານຮຸ່ຍ
ປີ1993-1998 ກຳມະການປະຈຳຄະນະພັກແຂວງອ່ານຮຸ່ຍ, ຮອງເຈົ້າແຂວງອ່ານຮຸ່ຍ(ຮຽນປະລິຍາໂທວິຊາວິທະຍາສາດບໍລິຫານຢູ່ຄະນະວິທະຍາສາດບໍລິຫານມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີຈີນ ແຕ່ປີ 1993-1998 ຈົບປະລິຍາໂທວິສະວະກຳສາດ, ອົບຮົມໄລຍະສັ້ນຢູ່ຫ້ອງຮຽນພະນັກງານລະດັບແຂວງຢູ່ໂຮງຮຽນພັກຂັ້ນສູນກາງແຕ່ເດືອນມີນາຫາເດືອນພຶດສະພາປີ 1997)
1998-1999 ຮອງເລຂາຄະນະພັກແຂວງອ່ານຮຸ່ຍ, ຮອງເຈົ້າແຂວງອ່ານຮຸ່ຍ
1999-2003 ຮອງປະທານ, ທັງເປັນສະມາຊິກໜ່ວຍພັກຂອງຄະນະກຳມະການແຜນການເພາະພັດທະນາແຫ່ງລັດຈີນ (ອົບຮົມໄລຍະສັ້ນຢູ່ຫ້ອງຮຽນພະນັກງານລະດັບແຂວງຢູ່ໂຮງຮຽນພັກຂັ້ນສູນກາງແຕ່ເດືອນກັນຍາຫາເດືອນພະຈິກປີ 2001)
2003-2005 ຮອງເລຂາທິການລັດຖະບານ(ຮັບຜິດຊອບວຽກງານປະຈຳຫ້ອງການລັດຖະບານ, ລະດັບລັດຖະມົນຕີ), ຮອງເລຂາໜ່ວຍພັກລັດຖະບານ
2005-2006 ເລຂາຄະນະພັກນະຄອນຈຸ່ງກິ່ງ
2006-2007 ເລຂາຄະນະພັກນະຄອນຈຸ່ງກິ່ງ, ປະທານສະພາປະຊາຊົນນະຄອນຈຸ່ງກິ່ງ
2007 ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຈຸ່ງກິ່ງ, ປະທານສະພາປະຊາຊົນນະຄອນຈຸ່ງກິ່ງ
2007-2012 ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກແຂວງກວາງຕຸ້ງ
2012-2013 ກຳມະການກົມການເມືອງສູນກາງພັກ
2013-2017 ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທັງເປັນສະມາຊິກໜ່ວຍພັກລັດຖະບານ
2017- ກຳມະການປະຈຳກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທັງເປັນສະມາຊິກໜ່ວຍພັກລັດຖະບານ
ກຳມະການສຳຮອງຄະນະກຳມະການສູນກາງພັກຊຸດທີ 16, ກຳມະການຄະນະກຳມະການສູນກາງພັກຊຸດທິ 17、18、19, ກຳມະການກົມການເມືອງສູນກາງພັກຊຸດທິ 17、18, ກຳມະການ ທັງເປັນກຳມະການປະຈຳກົມການເມືອງສູນກາງພັກຊຸດທິ 19.