ສະຫາຍ ຮັນເຈິ້ງ
-ເພດຊາຍ
-ເຜົ່າຮັ້ນ
-ວັນເດືອນປີເກີດ: ເດືອນເມສາປີ 1954
-ບ້ານເກີດ: ເມືອງຊືຊີ່ແຂວງເຈີ້ຈ່ຽງ
-ເປັນສະມາຊິກພັກກອມມູນິດຈີນໃນເດືອນພຶດສະພາປີ 1979
-ລະດັບການສຶກສາ: ປະລິນຍາໂທວິຊາການພົວພັນສາກົນແລະເສດຖະກິດໂລກຂອງສະຖາບັນຄົ້ນຄວ້າບັນຫາສາກົນມະຫາວິທະຍາໄລສ້າງຄູຮວາຕຸ່ງ, ປະລິນຍາໂທສາຂາເສດຖະສາດ, ນັກເສດຖະສາດຊັ້ນສູງ.
-ຕຳແໜ່ງໃນປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ເລຂາຄະນະພັກນະຄອນຊຽງໄຮ.
-ການເຄື່ອນໄຫວແຕ່ລະໄລຍະ:
ປີ 1975-1980 ພະນັກງານສາງ, ພະນັກງານຫ້ອງການຊື້ຂາຍສິນຄ້າ, ຮອງເລຂາຄະນະຊາວໜຸ່ມໜ່ວຍຕິດຕັ້ງເຄື່ອງຍົກເມືອງຊີຮຸ້ຍນະຄອນຊຽງໄຮ
ປີ 1980-1982 ເຈົ້າໜ້າທີ່ແລະຜູ້ຮັບຜິດຊອບຄະນະຊາວໜຸ່ມບໍລິສັດອຸດສາຫະກຳອຸປະກອນເຄມີນະຄອນຊຽງໄຮ
ປີ 1982-1986 ເລຂາຄະນະຊາວໜຸ່ມພະແນກອຸດສາຫະກຳເຄມີນະຄອນຊຽງໄຮ (ປີ 1983-1985 ສຶກສາຊັ້ນສູງຢູ່ມະຫາວິທະຍາໄລຟູ້ດ້ານ)
ປີ 1986-1987 ຮອງເລຂາຄະນະພັກໂຮງງານວິຊາອຸດສາຫະກຳເຄມີນະຄອນຊຽງໄຮ
ປີ 1987-1988 ເລຂາຄະນະພັກທັງເປັນຮອງອຳນວຍການໂຮງງານຜະລິດເກີບຢາງຊຽງໄຮ
(ປີ 1985-1987 ຮຽນຢູ່ໂຮງຮຽນພາກພິເສດວິຊາການສຶກສາການເມືອງຂອງມະຫາວິທະຍາໄລສ້າງຄູຮວາຕຸ່ງ)
ປີ 1988-1990 ເລຂາຄະນະພັກ, ຮອງອຳນວຍການໂຮງງານຢາງພາລາຕ້ານຈົ່ງຮວາຊຽງໄຮ
ປີ 1990-1991 ຮອງເລຂາຄະນະຊາວໜຸ່ມຊຽງໄຮ(ຮັບຜິດຊອບວຽກງານປະຈຳວັນ)
ປີ 1991-1992 ເລຂາຄະນະຊາວໜຸ່ມຊຽງໄຮ
ປີ 1992-1993 ຮອງເລຂາຄະນະພັກເມືອງລູວ່ານ, ວ່າການແທນເຈົ້າເມືອງລູວ່ານນະຄອນຊຽງໄຮ
ປີ 1993-1995 ຮອງເລຂາຄະນະພັກເມືອງລູວ່ານ ຫົວໜ້າເຈົ້າເມືອງໆລູວ່ານນະຄອນຊຽງໄຮ
(ປີ 1991-1994 ຮຽນປະລິນຍາໂທວິຊາການພົວພັນສາກົນແລະເສດຖະກິດໂລກຂອງສະຖາບັນຄົ້ນຄວ້າບັນຫາສາກົນຢູ່ມະຫາວິທະຍາໄລສ້າງຄູຮວາຕຸ່ງ, ແລະໄດ້ປະລິນຍາໂທເສດຖະສາດ)
ປີ 1995-1997 ຮອງເລຂາອົງການປົກຄອງນະຄອນ, ຮອງເລຂາຄະນະພັກທີ່ຊີ້ນຳວຽກງານເສດຖະກິດສັງລວມນະຄອນ, ຫົວໜ້າທັງເປັນເລຂາໜ່ວຍພັກຂອງຄະນະກຳມະການແຜນການ, ຫົວໜ້າຫ້ອງການຄຸ້ມຄອງຫຼັກຊັບນະຄອນຊຽງໄຮ
ປີ 1997-1998 ກຳມະການປະຈຳຄະນະພັກນະຄອນ, ຮອງເລຂາທິການຂອງອົງການປົກຄອງນະຄອນຊຽງໄຮ
ປີ 1998-2002 ກຳມະການປະຈຳຄະນະພັກນະຄອນ, ຮອງເຈົ້າຄອງນະຄອນຊຽງໄຮ
ປີ 2002-2003 ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຊຽງໄຮ
ປີ 2003-2004 ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຊຽງໄຮ
ປີ 2004-2006 ຮອງເລຂາຄະນະພັກ ເຈົ້າຄອງນະຄອນຊຽງໄຮ, ຮອງປະທານຄະນະກຳມະການຈັດຕັ້ງ, ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ 2010
ປີ 2006-2007 ຮັກສາການເລຂາຄະນະພັກ, ເຈົ້າຄອງນະຄອນຊຽງໄຮ, ຮອງປະທານຄະນະກຳມະການຈັດຕັ້ງ ຮອງປະທານຜູ້ທີໜຶ່ງຂອງຄະນະກຳມະການຈັດຕັ້ງ ປະທານບໍລິຫານງານ, ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ 2010
ປີ 2007-2008 ຮອງເລຂາຄະນະພັກ ເຈົ້າຄອງນະຄອນຊຽງໄຮ, ຮອງປະທານຜູ້ທີໜຶ່ງຄະນະກຳມະການຈັດຕັ້ງ ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ 2010.
ປີ 2008-2011 ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຊຽງໄຮ, ຮອງປະທານຄະນະກຳມະການຈັດຕັ້ງ, ປະທານຄະນະບໍລິຫານງານຂອງງານວາງສະແດງໂລກຊຽງໄຮປີ 2010.
ປີ 2011-2012 ຮອງເລຂາຄະນະພັກ ເຈົ້າຄອງນະຄອນຊຽງໄຮ
ປີ 2012-2017 ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ເລຂາຄະນະພັກນະຄອນຊຽງໄຮ
ປັດຈຸບັນ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ເລຂາຄະນະພັກນະຄອນຊຽງໄຮ
ກຳມະການສູນກາງພັກຊຸດທີ 16, 17, 18, 19, ກຳມະການກົມການເມືອງສູນກາງພັກຊຸດທີ 18, ກຳມະການກົມການເມືອງສູນກາງພັກຊຸດທີ 19, ກຳມະການປະຈຳກົມການເມືອງສູນກາງພັກຊຸດທີ 19.