ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໂດຍແນໃສ່ຂໍ້ກ່າວຫາຂອງອາເມລິກາໃນຫວ່າງມໍ່ໆນີ້ທີ່ວ່າ: ມາດຕະການຕອບໂຕ້ຂອງຈີນໃນຄວາມຂັດແຍ້ງດ້ານການຄ້າເປັນການແຊກແຊງວຽກງານພາຍໃນຂອງອາເມລິກາ, ທ່ານກ່າວເຟີ່ງ ໂຄສົກກະຊວງການຄ້າຈີນຢືນຢັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 11 ຕຸລານີ້ວ່າ, ນີ້ແມ່ນການກະທຳທີ່ສົມເຫດສົມຜົນແລະອົດທົນອົດກັ້ນຂອງຈີນເພື່ອປົກປັກຮັກສາຜົນປະໂຫຍດຂອງຕົນແລະຮັກສາລະບົບການຄ້າຫຼາຍຝ່າຍ, ບໍ່ມີເຈດຕະນາແຊກແຊງວຽກງານພາຍໃນຂອງອາເມລິກາ.
ທ່ານກ່າວເຟີ່ງກ່າວເນັ້ນວ່າ, ອາເມລິກາຍສ້າງຄວາມຂັດແຍ້ງດ້ານການຄ້າແລະເຮັດໃຫ້ຮຸນແຮງຂຶ້ນເລື້ອຍໆ, ແຕ່ເພື່ອຮັກສາການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ, ຈີນບໍ່ຢາກເຂົ້າຮ່ວມສົງຄາມການຄ້າ. ຈຸດປະສົງຂອງຈີນ ແຕ່ຫົວທີທີ່ປົກປັກຮັກສາການພົວພັນເສດຖະກິດການຄ້າຈີນ-ອາເມລິກາໃຫ້ຂະຫຍາຍຕົວຢ່າງປອດໃສນັ້ນບໍ່ມີອັນປ່ຽນແປງ, ຄວາມຕັດສິນໃຈເພື່ອຮັກສາສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຈີນກໍຈະບໍ່ມີການປ່ຽນແປງ. ຫວັງວ່າອາເມລິກາຢ່າວິເຄາະສະຖານະການຜິດພາດ, ຄວນເຈລະຈາກັນ, ແກ້ໄຂຄວາມຂັດແຍ້ງດ້ານເສດຖະກິດການຄ້າສອງຝ່າຍບົນພື້ນຖານສະເໝີພາບກັນ, ຊື່ສັດແລະ ເຄົາລົບເຊິ່ງກັນແລະກັນ.
ຄຳເຫັນ
0